ຂໍ້ມູນການເດີນທາງ

 

ນ້ຳໜັກກະເປົາ ແລະ ຄ່າທຳນຽມ

ສຳລັບຜູ້ໂດຍສານທົ່ວໄປທີ່ຕ້ອງການ ຖືກະເປົ໋າຕິດໂຕຂື້ນເທິງເຮືອບິນຕ້ອງມີນໍ້າໝັກບໍ່ເກີນ 7 ກິໂລ, ແລະ ມີຂະໜາດບໍ່ເກີນ 115 ຊັງຕີແມັດ (30 ຊ.ມ X 60 ຊ.ມ X 18 ຊ.ມ) ຫຼື ທຽບເທົ່າ (12 ນິ້ວ x 24 ນິ້ວ x 7 ນິ້ວ). ຖ້ານໍ້າໜັກ ຫຼື ຂະໜາດເກີນ ແມ່ນຈະໃຫ້ຜູ້ໂດຍສານໂຫຼດກະເປົາລົງກ້ອງເຮືອບິນ, ກະເປົາເດີນທາງຂອງຜູ້ໂດຍສານ ສາມາດບັນຈຸນໍ້າໜັກ 20 ກິໂລ ຕໍ່ໜຶ່ງທ່ານໃນກໍລະນີ ກະເປົາເດີນທາງຂອງຜູ້ໂດຍສານນໍ້າເກີນ 20 ກິໂລ ທາງສາຍການບິນລ້ານຊ້າສາກົນ ຈະມີການຄິດໄລເພີ່ມເປັນກິໂລ, 1 ກິໂລ/50,000ກິບ.

ຂະໜາດກະເປົາເດີນທາງ

ກະເປົາເດີນທາງ ສຳລັບຖືຂື້ນເຮືອບິນ

  • ATR72-500: 44x28x23cm ນໍ້າໜັກ 7kg
  • ATR72-600: 50x36x23cm ນໍ້າໜັກ 7kg

ກະເປົາ ສຳລັບໂຫລດຂື້ນເຮືອບິນ

  • ສາມາດໂຫລດໄດ້ຄົນລະ 02 ໜ່ວຍ ບໍ່ເກີນ 20 ກິໂລ
  • ຖ້າເກີນຈະຄິດໄລ່ໂລລະ 50,000 ກີບ ແລະ ຄິດໄລ່ຈຳນວນໜ່ວຍທີ່ເກີນ 100,000 ກີບ/ໜ່ວຍ

ຕົວຢ່າງ: 3/23 ກິໂລ = 100,000 ກີບ + 150,000 ກີບ

ລາຍການເຄື່ອງສໍາພາລະທີ່ສາມາດພົກຕິດໂຕຂື້ນເຮືອບິນໄດ້

  • ຂອງເເຫຼວ, ເຄື່ອງດື່ມ, ເຈວ, ເຄື່ອງສໍາອາງທີ່ເປັນຂອງເຫຼວ ຕ້ອງບັນຈຸບໍ່ເກີນ 100 ML/ຊິ້ນ.
  • ອາຫານແອນ້ອຍທີ່ຈໍາເປັນ.
  • ຢາປະຈໍາຕົວຂອງຜູ້ໂດຍສານ ໃນປະລິມານທີ່ເໝາະສົມໃນການເດີນທາງ ເຊັ່ນ: ຢາແກ້ແພ້, ຢາປົ່ວໂລກເບົາຫວານ.
  • ເສື້ອຜ້າ, ໝອນຮອງຄໍ, ຜ້າຫົ່ມຂະໜາດນ້ອຍ.
  • ໜັງສື່ສໍາລັບການອ່ານ.
  • ເຄື່ອງສື່ສານອີເລັກໂທນີກ ເຊັ່ນ: ໄອແພັດ, ຄອມພີວເຕີ້, ໂທລະສັບມືຖື ແລະ ອື່ນໆ.

ລາຍການເຄື່ອງທີ່ຕ້ອງຫ້າມ

  • ວັດຖຸໄວໄຟ ເຊັ່ນ: ກັບໄຟ, ບັ້ງແກັດພົກພາຂະໜາດນ້ອຍ, ກະປ໋ອງສະເປ, ບັ້ງອົກຊີ່.
  • ອາວຸດ ຫຼື ສິ່ງຂອງມີຄົມ ເຊັ່ນ: ປືນ, ລະເບີດ, ມີດ, ໝາກກະໂພກ, ບັ້ງໄຟດອກ.
  • ສານເຄມີທີ່ເປັນພິດ ເຊັ່ນ: ສານເບືອສັດ, ຢາຂ້າແມງໄມ້, ຢາກໍາຈັດພືດຕ່າງໆ.
  • ປະເພດອາຫານ ແລະ ໝາກໄມ້ ທີ່ມີກິ່ນແຮງ ເຊັ່ນ: ໝາກມີ້, ໝາກຖົ່ວລຽນ, ປາແດກເປັນຕົ້ນ.
  • ວັດຖຸທີ່ເປັນແມ່ເຫຼັກ.
  • ສິ່ງຂອງຜິດກົດໝາຍເຊັ່ນ: ຢາສູບໄຟຟ້າ, ເຮໂລອີນ, ກັນຊາ ແລະ ອື່ນໆ.

ຂໍ້ຈໍາກັດ ແລະ ການປະຕິເສດຄວາມຮັບຜິດຊອບກະເປົາເດີນທາງຂອງຜູ້ໂດຍສານ

ສາຍການບິນລ້ານຊ້າງສາກົນຈະບໍ່ຮັບຜິດຊອບຊົດເຊີຍຄວາມເສຍເຫຍຕໍ່ກະເປົາເດີນທາງຂອງຜູ້ໂດຍສານທີ່ເສຍຫາຍຢູ່ນອກເຂດຮັບຜິດຊອບ.