ບໍລິການເສີມ

ຄວາມຊ່ວຍເຫຼືອພິເສດ
ສາຍການບິນ ລ້ານຊ້າງສາກົນ ສາມາດບໍລິການໄດ້ປະເພດຄືດັ່ງນີ້:
1
ບໍລິການລໍ້ຍູ້ຜູ້ເຖົ້າ ຫຼື ຄົນເຈັບອອກເປັນ 03 ປະເພດຄື:
- Wheelchair Ramp (WCHR): ສຳລັບຄົນທີ່ມີຄວາມສາມາດໃນການເຄື່ອນທີ່ດ້ວຍຕົນເອງ ແຕ່ຕ້ອງການຄົນຊ່ວຍເຫຼືອບາງເວລາ
- Wheelchair Step (WCHS): ສຳລັບຄົນທີ່ມີຄວາມສາມາດໃນການເຄື່ອນໄຫວຊ້າໆ ຢູ່ໃນເຮືອບິນດ້ວຍຕົນເອງ, ແຕ່ຕ້ອງການຄວາມຊ່ວຍເຫຼືອໃນຊ່ວງເວລາ ໄປເຮືືອບິນ/ລົງຈາກເຮືອ ແລະ ການເຄື່ອນຍ້າຍສະຖານທີ່
- Wheelchair Cabin (WCHC): ສຳລັບບຸກຄົນທີ່ບໍ່ສາມາດເຄື່ອນຍ້າຍໄດ້ດ້ວຍຕົນເອງ. ບຸກຄົນນີ້ຈະຕ້ອງມີຜູ້ເດີນທາງນຳ ເພື່ອຊ່ວຍເຫຼືອໃນການ ຂື້ນລົງເຮືອບິນ ຫຼື ເຄື່ອນຍ້າຍ, ການເຄື່ອນທີ່ໃນອາຄານ ສາມາດນຳໃຊ້ພະນັກງານໄດ້
2
ການບໍລິການຄົນພິການຕາ
- ສາມາດຮັບໄດ້ 01-04ຄົນ ບໍ່ຈຳເປັນຕ້ອງມີຄົນຕິດຕາມ
- 05 ຄົນຂຶ້ນໄປ ຈະຕ້ອງມີຄົນຕິດຕາມ 01 ທ່ານ
- 06-10ຄົນ ຈະຕ້ອງມີຜູ້ຕິດຕາມ 02 ທ່ານ
3
ການບໍລິການຫູໜວກ
ສາມາດຮັບໄດ້ ແຕ່ຕ້ອງການພະນັກງານດູແລເປັນພິເສດ
4
ການບໍລິການເດັກນ້ອຍເດີນທາງຄົນດຽວ UM ອາຍຸ 04-12 ປີ
- ການບໍລິການນີ້ບໍ່ໄດ້ເສຍຄ່າໃດໆ
- ຈະດູແລໂດຍພະນັກງານສາຍການບິນຈົນກວ່າຈະຮອດປາຍທາງ
- ອາຍຸ 04-06 ປີ ຈະສາມາດຮັບໄດ້ແຕ່ 02 ຄົນເທົ່ານັ້ນ ແລະ ພະນັກງານ ສາຍການບິນ ຈະເປັນຜູ້ໃຫ້ບໍລິການ
- ອາຍຸ 06-12 ປີ ເດັກສາມາດເດີນທາງຄົນດຽວໄດ້ ຫຼື ຈະໃຫ້ພະນັກງານບໍລິການ
- UM ທຸກຄົນຈະຕ້ອງຕິດສະຕິກເກີ້ທີ່ເສື້ອຮັບປະກັນການສັງເກດທີ່ງ່າຍ