ກ່ຽວກັບເຮົາ
ບິນໄປກັບແຮງບັນດານໃຈ (Fly With Inspiration)
ສາຍການບິນ ລ້ານຊ້າງ ສາກົນ ແມ່ນເລີ່ມຕົ້ນມາຈາກ ບໍລິສັດ ລ້ານຊ້າງ ເອວິເອເຊິນເຊີວິດ ຈໍາກັດ ເປັນວິສາຫະກິດເອກະຊົນ ເຊິ່ງໄດ້ເລີ່ມຕົ້ນເຄື່ອນໄຫວ ແລະ ດຳເນີນທຸລະກິດດ້ານການບິນ ໂດຍສະເພາະແມ່ນທຸລະກິດໃຫ້ບໍລິການຈອງບ່ອນ-ຂາຍປີ້ເຮືອບິນ ບໍລິການເຊົ່າຖ້ຽວບິນເໝົາລໍາ ຕັ້ງແຕ່ປີ 2021 ຈົນມາເຖິງປັດຈຸບັນ ສາຍການບິນ ລ້ານຊ້າງ ສາກົນ ປຽບເຫມືອນສາຍການບິນໃຫມ່ທີ່ມີຈຸດມຸ່ງໝາຍພັດທະນາອຸດສາຫະກໍາການບິນ ແລະ ການບໍລິການການບິນຢູ່ ສປປ ລາວ ໃຫ້ເປັນອີກທາງເລືອກໜຶ່ງສຳລັບປະຊາຊົນລາວ ດ້ວຍຮູບແບບການບໍລິການລູກຄ້າທີ່ທັນສະໄໝ ສະດວກ ວ່ອງໄວ ແລະ ປອດໄພ ໃນການເດີນທາງທາງອາກາດ ທີ່ມີເອກະລັກຂອງຄວາມເປັນລາວທີ່ທັນສະໄໝ ກ້າວໄປສູ່ສາກົນ ພາຍໃຕ້ສະໂລແກນ “ບິນໄປກັບແຮງບັນດານໃຈ (Fly With Inspiration)”.


ວິໄສທັດ
ພວກເຮົາອຸທິດຕົນເພື່ອສ້າງສາຍການບິນ ແລະ ໃຫ້ການບໍລິການຖ້ຽວບິນແບບເຕັມຮູບແບບ ເພື່ອສະໜອງຄວາມຮຽກຮ້ອງຕ້ອງການຂອງລູກຄ້າທັງພາຍໃນ ແລະ ຕ່າງປະເທດ ໂດຍຢຶດຖືການບໍລິການລູກຄ້າດ້ວຍຄວາມເປັນມືອາຊີບຂອງຄົນລາວ ຮັກສາຄຸນນະພາບຕາມມາດຕະຖານສາກົນ ຕາມວິໄສທັດຂອງພວກເຮົາ ອີກໜຶ່ງຄວາມພາກພູມໃຈຂອງຄົນລາວ ແລະ ເປັນທາງເລືອກອັນໜຶ່ງໃຫ້ແກ່ຜູ້ໂດຍສານ ທີ່ສາກົນຍອມຮັບ ອີກທັງເປັນສ່ວນໜຶ່ງຂອງອຸດສາຫະກຳສາຍການບິນໃນ ສປປ ລາວ ທີ່ມີຊື່ສຽງ.
ໜ້າທີ່
ສາຍການບິນ ລ້ານຊ້າງ ສາກົນ ເປັນອີກຕົວແທນອັນໜຶ່ງໃນຄວາມພາກພູມໃຈຂອງຄົນລາວ ທີ່ຕອບສະໜອງການບໍລິການລູກຄ້າດ້ວຍຮູບແບບທີ່ທັນສະໄໝ ສະດວກ ວ່ອງໄວ ແລະ ປອດໄພ ໃນການເດີນທາງທາງອາກາດ ໂດຍຢຶດຖືການບໍລິການດ້ວຍຄວາມເປັນມືອາຊີບຂອງຄົນລາວ ຮັກສາຄຸນນະພາບຕາມມາດຕະຖານສາກົນ, ຍິນດີຕອນຮັບບັນດາທ່ານມາສຳພັດສະເໜ່ແຫ່ງຄວາມເປັນລາວ ພວກເຮົາພ້ອມທີ່ຈະນຳພາບັນດາທ່ານໄປສູ່ຈຸດໝາຍປາຍທາງເມື່ອຄິດຈະເດີນທາງ.

ຫົວໃຈຂອງການ ບໍລິການ


ຄວາມປອດໄພ


ລູກຄ້າຕ້ອງສຳຄັນສະເໝີ


ຄວາມຊື່ສັດ


ເປັນຫ່ວງຕໍ່ພະນັກງານ

