ບໍລິການເສີມ

ເດີນທາງກັບສັດລ້ຽງ
- ສັດລ້ຽງທີ່ສາມາດຮັບໄດ້: ໝາ, ແມວ, ປາ
- ເຈົ້າຂອງສັດລ້ຽງ ຈະຕ້ອງມີປຶ້ມຕິດຕາມການສັກວັກຊິນຂອງສັດລ້ຽງ
- ເຈົ້າຂອງສັດລ້ຽງ ຈະຕ້ອງພາໄປຄຣິນິກ ເພື່ອກວດສຸຂະພາບກ່ອນເດີນທາງ ເພື່ອຮັບປະກັນພະຍາດຕິດຕໍ່ ຫຼື ພະຍາດວໍ້
- ສັດລ້ຽງ ເຊັ່ນ: ໝາ, ແມວ ທີ່ມີຄວາມສ່ຽງກໍ່ໃຫ້ເກີດສຽງດັງລົບກວນຜູ້ອື່ນ ຫຼື ລົບໜີອອກຈາກກົງ ຈະຕ້ອງໃສ່ຢານອນຫຼັບຊະນິດກິນ ຫຼື ສັກ ໂດຍເຈົ້າຂອງສັດລ້ຽງເອງກ່ອນ 01-02 ຊົ່ວໂມງກ່ອນເຮືອບິນຈະຂື້ນ
- ສັດລ້ຽງຈະຕ້ອງຢູ່ໃນກົງສັດລ້ຽງທີ່ມີມາດຕະຖານ, ແໜ້ນໜາເພື່ອປ້ອງກັນອຸປະຕິເຫດທີ່ບໍ່ຄາດຄິດ
- ຕ້ອງລ໋ອກກົງສັດລ້ຽງທຸກຄັ້ງ ຫຼັງຈາກໄດ້ຮັບຢານອນຫຼັບ
- ສັດລ້ຽງຊະນິດປາ ຈະຕ້ອງໃຫ້ຖົງທີ່ມີອົກຊີເຈນ ແລະ ມັດຢ່າງດີ ໃສ່ແກັດໂຟມອີກເທື່ອໜຶ່ງ ເພື່ອປ້ອງກັນການຮົ່ວໃສ່ເຄື່ອງບິນ
- ເອກະສານທີ່ຈຳເປັນສຳລັບການຂົນສົ່ງໝາ, ແມວ: ປຶ້ມຕິດຕາມການສັກວັກຊິນ, ໃບກວດສຸຂະພາບຈາກຄຣິນິກກ່ອນ 01-03 ວັນ